ສະໂມສອນ Salavan United FC ມຸ່ງໝັ້ນພັດທະນາບຸກຄະລາກອນຢ່າງຕໍ່ເນື່ອງ ໂດຍໃຫ້ຄວາມສຳຄັນກັບການຍົກລະດັບຄວາມຮູ້, ທັກສະ ແລະ ຄວາມສາມາດດ້ານການບໍລິຫານຈັດການສະໂມສອນບານເຕະ ເພື່ອກ້າວສູ່ມາດຕະຖານຄວາມເປັນມືອາຊີບທີ່ສູງຂຶ້ນ.
ຫຼ້າສຸດ ສະໂມສອນໄດ້ສົ່ງເຈົ້າໜ້າທີ່ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ “Commercial Strategy and Club Licensing Workshop” ເຊິ່ງຈະຈັດຂຶ້ນໃນວັນທີ 15–17 ພະຈິກ 2026 ທີ່ໂຮງແຮມ Laotel, ນະຄອນຫຼວງວຽງຈັນ.
ການອົບຮົມຄັ້ງນີ້ ໄດ້ຮັບກຽດຈາກຜູ້ຊ່ຽວຊານຈາກ FIFA ແລະ ຜູ້ຕາງໜ້າຈາກສະໂມສອນບານເຕະອາຊີບຊັ້ນນຳຂອງໄທລີກ ຄື BG Pathum United ມາຮ່ວມແບ່ງປັນຄວາມຮູ້, ປະສົບການ ແລະ ແນວຄິດສ້າງສັນດ້ານການຕະຫຼາດບານເຕະ ລວມເຖິງການວາງຍຸດທະສາດທາງການຄ້າ ແລະ ການພັດທະນາສະໂມສອນໃຫ້ເຕີບໂຕຢ່າງຍືນຍົງ.
ສະໂມສອນ Salavan United FC ເຊື່ອໝັ້ນວ່າ ການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ການນຳເອົາຄວາມຮູ້ມາປະຍຸກໃຊ້ໃນຕົວຈິງ ຈະເປັນພື້ນຖານສຳຄັນໃນການສ້າງລະບົບບໍລິຫານທີ່ເຂັ້ມແຂງ, ເພີ່ມໂອກາດສ້າງລາຍຮັບ ແລະ ວາງຮາກຖານໃຫ້ສະໂມສອນກ້າວໄປຂ້າງໜ້າຢ່າງໝັ້ນຄົງ.
ພັດທະນາຄົນ ພັດທະນາລະບົບ ສ້າງສະໂມສອນໃຫ້ຍືນຍົງ.
SALAVAN • ONE HEART • FIGHT TOGETHER
#SalavanUnitedFC #ClubDevelopment #CommercialStrategy #ClubLicensing #FootballBusiness #OneHeartFightTogether
