Salavan United crestSALAVAN
UNITED

ປະຫວັດສະໂມສອນ

ຈາກສາລະວັນ ສູ່ Lao League 1

ເສັ້ນທາງຂອງ ສາລະວັນ ຢູໄນເຕັດ ຈາກສະໂມສອນທ້ອງຖິ່ນ ສູ່ເວທີບານເຕະລະດັບສູງສຸດຂອງລາວ.
ປະຫວັດສະໂມສອນ SALAVAN UNITED FC

ຈາກສະໂມສອນທ້ອງຖິ່ນ ສູ່ເວທີບານເຕະລະດັບສູງສຸດຂອງລາວ

ສາລະວັນ ຢູໄນເຕັດ ເຕີບໃຫຍ່ຈາກຮາກຖານຂອງຊຸມຊົນ ດ້ວຍຄວາມຮັກໃນກິລາບານເຕະ ແລະ ຄວາມຝັນທີ່ຈະເປັນຕົວແທນຄວາມພາກພູມໃຈຂອງຊາວແຂວງສາລະວັນ.

ທີມ ສາລະວັນ ຢູໄນເຕັດ2020ຈຸດເລີ່ມຕົ້ນ
ຂໍ້ມູນສະໂມສອນ

ສາລະວັນ ຢູໄນເຕັດ ໂດຍຫຍໍ້

ຊື່ສະໂມສອນ
ສາລະວັນ ຢູໄນເຕັດ
ຊື່ພາສາອັງກິດ
Salavan United Football Club
ຊື່ຫຍໍ້
SLVUTD
ຕົ້ນກຳເນີດ
2020 · Salavan Academy FC
ເລີ່ມໃຊ້ຊື່ Salavan United
2025
ແຂວງ
ສາລະວັນ, ສປປ ລາວ
ສະໜາມເຫຍົ້າ
Salavan Province Stadium
ລີກ
Lao League 1
ຜົນງານ 2025/26
ອັນດັບ 6
ປະທານສະໂມສອນ
Anousone Dimanivong
ເສັ້ນທາງຂອງພວກເຮົາ

ຈາກປີ 2020 ສູ່ລາວລີກ 1

  1. ຈຸດເລີ່ມຕົ້ນ

    ສະໂມສອນຖືກກໍ່ຕັ້ງຂຶ້ນພາຍໃຕ້ຊື່ Salavan Academy Football Club.

  2. ການປ່ຽນແປງຊື່

    ສະໂມສອນປ່ຽນຊື່ມາເປັນ Salavan Football Club ແລະ ສືບຕໍ່ພັດທະນາທີມ.

  3. ກ້າວສູ່ Salavan United

    ປ່ຽນຊື່ເປັນ Salavan United Football Club ແລະ ເຂົ້າຮ່ວມ Lao League 1 ລະດູການ 2025/26.

  4. ສ້າງຜົນງານໃນລີກສູງສຸດ

    ຈົບລະດູການ 2025/26 ດ້ວຍອັນດັບ 6 ຈາກ 10 ທີມ ແລະ ກ້າວຕໍ່ໄປສູ່ລະດູການ 2026/27.

ເລື່ອງລາວຂອງພວກເຮົາ

ສາລະວັນ ຢູໄນເຕັດ — ຫຼາຍກວ່າຄຳສະໂມສອນບານເຕະ

“ຈາກສະໂມສອນທ້ອງຖິ່ນ ສູ່ຄວາມຝັນໃນສະໜາມບານເຕະລະດັບຊາດ”

ທ່າມກາງຄວາມຮັກ ແລະ ຄວາມຜູກພັນທີ່ມີຕໍ່ກິລາບານເຕະ ເສັ້ນທາງຂອງທີມມີຈຸດເລີ່ມຕົ້ນໃນປີ 2020 ພາຍໃຕ້ຊື່ Salavan Academy Football Club, ກ່ອນຈະປ່ຽນເປັນ Salavan Football Club ໃນປີ 2022 ແລະ Salavan United Football Club ໃນປີ 2025.

ປີ 2025 ຖືເປັນອີກໜຶ່ງບາດກ້າວສຳຄັນ ເມື່ອສະໂມສອນໄດ້ກ້າວຂຶ້ນສູ່ການແຂ່ງຂັນ Lao League 1 ໃນລະດູການ 2025/26.

ຕະຫຼອດລະດູການດັ່ງກ່າວ ທີມໄດ້ລົງສະໜາມ 18 ນັດ, ຊະນະ 7 ນັດ, ສະເໝີ 5 ນັດ ແລະ ເສຍ 6 ນັດ ໂດຍຈົບລະດູການໃນອັນດັບທີ 6 ຂອງຕາຕະລາງ.

ສຳລັບພວກເຮົາ ບານເຕະບໍ່ແມ່ນພຽງແຕ່ການແຂ່ງຂັນເພື່ອໄຊຊະນະ ແຕ່ຍັງເປັນສິ່ງທີ່ເຊື່ອມໂຍງຜູ້ຄົນ ແລະ ສ້າງຄວາມພາກພູມໃຈໃຫ້ກັບບ້ານເກີດ.

ຈາກສຽງເຊຍຂ້າງສະໜາມ ສູ່ທຸກຈັງຫວະການຫຼິ້ນຂອງນັກເຕະ ທຸກການແຂ່ງຂັນລ້ວນເປັນສ່ວນໜຶ່ງຂອງເລື່ອງລາວທີ່ກຳລັງຖືກຂຽນຂຶ້ນ.

SALAVAN UNITED — ໜຶ່ງທີມ ໜຶ່ງຫົວໃຈ ເພື່ອສາລະວັນ
ລະດູການ 2025/26

ຜົນງານໃນ Lao League 1

18
ລົງແຂ່ງ
7
ຊະນະ
5
ສະເໝີ
6
ເສຍ
31
ປະຕູໄດ້
27
ປະຕູເສຍ
26
ຄະແນນ
6/10
ອັນດັບ
ກ້າວຕໍ່ໄປ

ການພັດທະນາສະໂມສອນໃນປີ 2026

ພັນທະມິດຊຸດແຂ່ງທາງການ

EGO SPORT ປະກາດການເປັນພັນທະມິດກັບ Salavan United ເພື່ອຜະລິດຊຸດແຂ່ງຂັນ ແລະ ສິນຄ້າທາງການສຳລັບລະດູການ 2026/27.

ອ່ານປະກາດຈາກ EGO SPORT

ສືບຕໍ່ໃນ Lao League 1

ສະຫະພັນບານເຕະແຫ່ງຊາດລາວປະກາດ 11 ສະໂມສອນທີ່ເຂົ້າຮ່ວມ Lao League 1 ລະດູການ 2026/27 ໂດຍມີ Salavan United ລວມຢູ່ນຳ.

FAQ

ຄຳຖາມທີ່ພົບເລື້ອຍ

ຄຳຕອບສັ້ນໆ ກ່ຽວກັບສະໂມສອນ, ລີກ ແລະ ສະໜາມຂອງພວກເຮົາ.

ສາລະວັນ ຢູໄນເຕັດ ກໍ່ຕັ້ງເມື່ອໃດ?

ຮາກຖານຂອງສະໂມສອນເລີ່ມໃນປີ 2020 ພາຍໃຕ້ຊື່ Salavan Academy Football Club ແລະ ເລີ່ມໃຊ້ຊື່ Salavan United Football Club ໃນປີ 2025.

ສາລະວັນ ຢູໄນເຕັດ ແຂ່ງຂັນໃນລີກໃດ?

ສະໂມສອນແຂ່ງຂັນໃນ Lao League 1 ເຊິ່ງເປັນລີກບານເຕະລະດັບສູງສຸດຂອງລາວ.

ສະໜາມເຫຍົ້າຂອງທີມຢູ່ໃສ?

ບ້ານນາໂຄກ, ເມືອງສາລະວັນ, ແຂວງສາລະວັນ